ແມ່ນໜື່ງໃນລະບົບ Software ສຳລັບຜູ້ປະກອບການ ທຸລະກິດ SME ທີ່ຊ່ວຍໃຫ້ການດຳເນີນງານມີຄວາມສະດວກ-ສະບາຍ, ວ່ອງໄວ, ເກີດຄວາມໂປ່ງໃສ ແລະ ເປັນລະບົບຢ່າງຕໍ່ເນື່ອງ ທີ່ຈະຊ່ວຍໃຫ້ຜູ້ບໍລິຫານ ໃຫ້ດຳເນີນວຽກງານຢ່າງມີປະສິດທິພາບ ກັບສະພາບການປ່ຽນແປງໃນຍຸກປັດຈຸບັນ. ລະບົບດັ່ງກ່າວຖືກພັດທະນາມາຈາກເຄົ້າໂຄງພາສາ PHP, HTML, CSS, Javascript ແລະ ພາສາອື່ນໆທີ່ຈຳເປັນ ໂດຍເຊື່ອມໂຍງກັບຖານຂໍ້ມູນ MySQL ໃນ Server ທີ່ສາມາດອອນລາຍໄດ້ຕະຫຼອດເວລາ ຊ່ວຍໃຫ້ຜູ້ຊົມໃຊ້ ມີຄວາມສະດວກສະບາຍທີ່ສຸດ ທັງໃນລະບົບ Windows ຫຼື Smart Phone
Available
Comming soon
Comming soon
Comming soon
ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບໜ້າວຽກຂອງຜູ້ປະກອບການ ຮ້ານຂາຍຢາ, ຄຣີນິກກວດພະຍາດພາກເອກະຊົນ, ຄຣີນິກທັນຕະແພດ ແລະ ສູນວິເຄາະບົ່ງມະຕິພະຍາດ ເປັນເວລາດົນນານພໍສົມຄວນ ດັ່ງນັ້ນ ຈື່ງໄດ້ລິເລີ່ມພັດທະນາລະບົບ Software ໃຫ້ຕົງກັບຄວາມຕ້ອງການ ແລະ ໃຫ້ຄວບຄຸມໜ້າວຽກຂອງທ່ານເກືອບທຸກຂັ້ນຕອນຢ່າງເປັນລະບົບ ເພື່ອຜົນປະໂຫຍດສູງສຸດ ໃນທຸລະກິດຂອງທ່ານ
ພວກເຮົາໄດ້ສັນຫາ ຜະລິດຕະພັນ Hardware ຈຳເປັນພື້ນຖານ ດ້ວຍລາຄາທີ່ສົມເຫດສົມຜົນ ໄປຄວບຄູ່ກັບນະໂຍບາຍ ຮັບປະກັນຄຸນນະພາບ ແລະ ນະໂຍບາຍບໍລິການຫຼັງການຂາຍທີ່ດີທີ່ສຸດ ເພື່ອອຳນວຍຄວາມສະດວກສະບາຍ ແລະ ຮັບປະກັນຄວາມເພິ່ງພໍໃຈຂອງທ່ານໃນໄລຍະຍາວ
ພວກເຮົາມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ຈະສະໜອງຂໍ້ມູນລາຍລະອຽດເພີ່ມເຕີມ ສຳລັບທ່ານທີ່ສົນໃຈຍາກນຳໃຊ້ລະບົບ ຫຼື ຜະລິດຕະພັນຈາກພວກເຮົາ
ກະລຸນາ ຕິດຕໍ່ສອບຖາມພວກເຮົາ ດັ່ງລາຍລະອຽດຂ້າງລຸ່ມນີ້: